ເສີມສ້າງຄວາມເຊື່ອຂອງທ່ານໃຫ້ເລິກເຊິ່ງຜ່ານການຮຽນຮູ້ແລະການໄຕ່ຕອງ

ບໍ່ວ່າຈະເປັນການອ່ານ, ການຟັງ, ຫຼືການເຂົ້າຮ່ວມສໍາມະນາ, Hora Ministries ນໍາພາທ່ານໄປສູ່ການດໍາເນີນຊີວິດທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນຜ່ານຊຸດປະຫວັດສາດແຫ່ງການໄຖ່ບາບ(ກູ້)

 

ສໍາຫຼວດຫນັງສືຕ່າງໆ

ຫນັງສືຕ່າງໆຂອງພວກເຮົາ

ຊຸດປະຫວັດສາດແຫ່ງການໄຖ່ບາບ(ກູ້)

ປື້ມທີ່ 11 ກ (a)

ເຢໂຮວາ-ຊັມມາ: ພະວິຫານຂອງເອເຊກຽນ

ແບບຢ່າງທີ່ເຫມາະສົມຂອງພຣະວິຫານໃຫມ່ທີ່ສະແດງແກ່ເອເຊກຽນ ແລະ (ການຄຸ້ມຄອງຄວາມລອດ)ທີ່ລຶກລັບທີ່ບັນຈຸຢູ່ພາຍໃນນັ້ນ

ປື້ມທີ່ 1

ລໍາດັບເຊື້ອສາຍ ໃນປະຖົມມະການ

ແຜນການຂອງພຣະເຈົ້າໃນປະຫວັດສາດແຫ່ງການໄຖ່

ປື້ມທີ່ 2

ພັນທະສັນຍາແຫ່ງທວນໄຟ

ການພົບພາດທີ່ຖືກລືມໃນປະຫວັດສາດຂອງການອອກຈາກອີຢິບ ແລະການເດີນທາງໃນຖິ່ນທຸລະກັນດານ

ປື້ມທີ່ 3

ຄັນປະທີບແຫ່ງພັນທະສັນຍາທີ່ບໍ່ມີວັນດັບ

14 ລຸ້ນຄົນທໍາອິດໃນລໍາດັບເຊື້ອສາຍຂອງພຣະເຢຊູຄຣິດ

ປື້ມທີ່ 4

ຄວາມໃກ້ຊິດຂອງພຣະເຈົ້າ ແລະ ການຈັດຕຽມທີ່ລຶກລັບຂອງພຣະອົງ

ດັ່ງທີ່ໄດ້ເປີດເຜີຍໄວ້ ໃນເຊື້ອສາຍຂອງພຣະເຢຊູຄຣິດຕັ້ງແຕ່ສະໄຫມຂອງ ດາວິດຈົນເຖິງການຕົກເປັນຊະເລີຍໃນເມືອງບາບີໂລນ

ປື້ມທີ່ 5

ຄໍາສັນຍາຂອງພັນທະສັນຍານິລັນດອນ

ການຈັດຕຽມທີ່ລຶກຊຶ້ງ ຂອງພຣະເຈົ້າ ດັ່ງທີ່ໄດ້ເປີດເຜີຍໃນເຊື້ອສາຍຂອງພຣະເຢຊູຄຣິດ ໃນຊ່ວງຍຸກຂອງຊາວຢິວທີ່ກັບມາຈາກການເປັນຊະເລີຍຢູ່ບາບີໂລນ

ປື້ມທີ່ 6

ມະຫາປະໂລຫິດນິລັນດອນແຫ່ງຄໍາສາບານແຫ່ງພັນທະສັນຍາ

ປະຫວັດສາດຂອງ 77 ລຸ້ນຄົນຂອງມະຫາປະໂລຫິດຕັ້ງແຕ່ອາໂຣນຈົນຮອດຟີນເນຮາດ

ປື້ມທີ່ 7

ພັນທະສັນຍານິຣັນດອນສໍາລັບທຸກລຸ້ນຄົນ: ພຣະບັນຍັດ 10 ປະການ

ແຜນການຂອງພຣະເຈົ້າໃນປະຫວັດສາດການໄຖ່

ປື້ມທີ່ 8

ຄວາມສໍາເລັດຂອງພັນທະສັນຍາແຫ່ງທວນໄຟ

ໄພພິບັດສິບປະການ, ການອົບພະຍົບ, ແລະການເຂົ້າສູ່ແຜ່ນດິນຄານາອານ

ປື້ມທີ່ 9

ຄວາມລຶກລັບຂອງລັດສະຫມີພາບອັນອັດສະຈັນ: ພຣະວິຫານ(ພະລັບພລາ)ແລະ ຫີບແຫ່ງພັນທະສັນຍາ

ລາຍລະອຽດຂອງພະວິຫານ ແລະ ຫີບແຫ່ງພັນທະສັນຍາ ແລະ ປະຫວັດສາດການເຄື່ອນຍ້າຍຂອງມັນ

ປື້ມທີ່ 10

ການຄວາມສໍາເລັດສົມບູນຂອງອານາຈັກຂອງພະເຈົ້າ (ສິບການປະທານ) ແລະ ພຣະບັນຍັດສິບປະການ

ພອນຈັກກະວານແກ່ອັບຣາຮາມ ແລະ ການສໍາເລັດຄວາມລອດໂດຍຜ່ານການເຊື່ອຟັງຂອງທ່ານ

English Book 11B
ປື້ມທີ່ 11b

ວັດຂອງເຊຣຸບາເບວ ແລະລາຍຊື່ຜູ້ກັບຄືນທີ່ໄດ້ຮັບການອຸທິດ

ຂະບວນການກໍ່ສ້າງພະວິຫານຂອງເຊຣຸບາເບນ ແລະ ກໍາແພງເມືອງ ຂອງເຢຣູຊາເລັມ, (ການຄຸ້ມຄອງຄວາມລອດ)ທີ່ລຶກລັບໃນລາຍຊື່ຕະກຸນຂອງ…

ຄໍາຢັ້ງຢືນ

ສິ່ງທີ່ຜູ້ນໍາພັນທະກິດຫຼາຍທ່ານ(ພາລະກິດ)ກໍາລັງເວົ້າ

"ໜັງສືເຫຼັ້ມນີ້ອະທິບາຍເຖິງເຫດຜົນທີ່ເພິ່ນເຮັດພັນທະກິດອັນຍິ່ງໃຫຍ່ນີ້ ແລະຄຣິສຕະຈັກທີ່ເພິ່ນກຳລັງຮັບໃຊ້ຢູ່... ການສຶກສາຄົ້ນຄວ້າພຣະທຳຂອງພຣະເຈົ້າຢ່າງລະອຽດ... ເປັນໜັງສືທີ່ຂຽນໂດຍຜູ້ທີ່ມີຄວາມເຂົ້າໃຈໃນພຣະຄຳພີຢ່າງເລິກເຊິ່ງ... ມັນເປັນວຽກຂຽນທີ່ເວົ້າເລິກເລື່ອງຕົ້ນເດີມຂອງການສ້າງ ຫຼືພຣະທຳປະຖົມມະການຫຼາຍກວ່າ... ສາສະດາຈານ. ອັບຣາຮາມ ປາກ ດີ.ມິນ. ດີ.ດີ ໄດ້ຄົ້ນພົບຮາກຖານອັນຍິ່ງໃຫຍ່ເລື່ອງປະຫວັດສາດແຫ່ງຄວາມລອດພົ້ນ ແລະການຊິງໄຊລຳດັບເຊື້ອສາຍຂອງພວກຜູ້ເຖົ່າແກ່... ມຸມມອງຈາກໜັງສືເຫຼັ້ມນີ້ບໍ່ເຮັດໃຫ້ຜູ້ອ່ານເບິ່ງເລື່ອງລາວຂອງພວກຜູ້ເຖົ່າແກ່ວ່າເປັນພຽງປະຫວັດສາດທີ່ໜ້າເບື່ອເທົ່ານັ້ນ, ແຕ່ພວກເຂົາຈະເຫັນໄດ້ບົດຮຽນຈາກຊີວິດຂອງພວກເຂົາ, ແລະເຊື່ອມໂຍງໃສ່ກັບລຸ້ນຄົນປັດຈຸບັນຂອງເຮົາ. ເປັນການປ່ຽນພຣະຄຳພີໃຫ້ກາຍເປັນໜັງສືທີ່ເປັນ ‘ເລື່ອງຂອງຂ້ອຍ’ຄືຄວາມສຳເລັດທີ່ໂດດເດັ່ນຂຶ້ນໃນໜັງສືເຫຼັ້ມນີ້."

—ດຣ. Kyung-Bae Min, Th.D. ສາສະດາຈານກິດຕິມະສັກ, ມະຫາວິທະຍາໄລ Yonsei, ກຸງ Seoul

"ເທຄວາມເລິກລັບຝ່າຍວິນຍານແຫ່ງພຣະຄຳພີອອກມາ... ສຈ. ສາສະດາຈານ. ອັບຣາຮາມ ປາກ ດີ.ມິນ. ດີ.ດີ ອາດຈະເປັນ(ພໍ່ມົດ)(ນັກປາດ)ດ້ານພາສາສາດທີ່ອົງພຣະຜູ້ເປັນເຈົ້າສົ່ງມາໃຫ້ເຮົາໃນເວລານີ້ ຊຶ່ງເປັນຊ່ວງທີ່ເຮົາສຶກສາເລື່ອງຂອງພຣະເຈົ້າໄດ້ຍາກ... ເພິ່ນໄດ້ເວົ້າເຖິງປະເດັນທີ່ມີການຖົກຖຽງກັນຢູ່ ຊຶ່ງແມ່ນ(ແຕ່ັກ)ສາສະໜາສາດເອງກໍຍັງບໍ່ກ້າທີ່ຈະເວົ້າເຖິງປະເດັນເຫຼົ່ານີ້... ເປັນຄວາມສຳເລັດອັນຍິ່ງໃຫຍ່ ແລະຄວນແກ່ການຍົກຍ້ອງ... ຂ້າພະເຈົ້າຍິນດີແນະນຳໜັງສື ລຳດັບເຊື້ອສາຍຕາມພຣະທຳປະຖົມມະການ ໃຫ້ແກ່ຄຣິສຕະຈັກຕ່າງໆ ທົ່ວໂລກນີ້, ເພາະບໍ່ພຽງແຕ່ຕອບສະໜອງຄວາມຫິວກະຫາຍຝ່າຍວິນຍານຂອງຄຣິສຕຽນເທົ່ານັ້ນ, ແຕ່ຍັງຈຳເປັນຢ່າງທີ່ສຸດສຳລັບຄົນທີ່ຢາກຈະເປັນຜູ້ໃຫຍ່ຂຶ້ນຝ່າຍຄວາມເຊື່ອ."

—ດຣ. Andrew J. Tesia, Ph.D. ປະທານ ສະຖາບັນ ເພື່ອການຄົ້ນຄວ້າຫຼັກສາສະໜາສາດ, ລັດ Los Angeles

"ປັດຈຸບັນນີ້, ພວກເຮົາຊອກຍາກແລ້ວທີ່ຈະມີນັກສາສະໜາສາດ ຫຼືຜູ້ຮັບໃຊ້ໃນວົງເລິກແກະຮອຍເລື່ອງປະຫວັດສາດໃນພຣະຄຳພີເດີມ ໂດຍສະເພາະແມ່ນປະຫວັດສາດແຫ່ງການໄຖ່ບາບເລື່ອງລຳດັບເຊື້ອສາຍຂອງພຣະເຢຊູຄຣິດ."

—ດຣ. Yeong-Su Ye ປະທານສະພາຄຣິສຕະຈັກ ແລະພັນທະກິດສາກົນ

"(ໜັງສືສາສະໜາສາດຂອງເພິ່ນດີ) ເລື່ອງພັນທະສັນຍາ ແລະປະຫວັດສາດແຫ່ງການໄຖ່ບາບ ແມ່ນໜັງສືທີ່ເຂົ້າໃຈງ່າຍ. ພຣະຄຳພີເປັນໜັງສືແຫ່ງພັນທະສັນຍາ, ພຣະສັນຍາອັນທຳອິດຄືເລື່ອງ ພົງພັນຂອງຍິງ ທີ່ຊົງປະທານແກ່ອາດາມ ແລະເອວາ ໃນປະຖົມມະການ (໓:໑໕.) 3:15 ພຣະເຈົ້າສືບຕໍ່ພັນທະສັນຍາຕ່າງໆ ຂອງພຣະອົງມາຕະຫຼອດ ຈົນມາຮອດຍຸກຂອງພຣະເຢຊູຄຣິດ ແລະໄດ້ຊົງຕັ້ງພັນທະສັນຍາໃໝ່ຂຶ້ນມາ. ຜູ້ຂຽນໄດ້ອະທິບາຍລຳດັບເຊື້ອສາຍຂອງພຣະເຢຊູຄຣິດຢ່າງຊັດເຈນ."

—Bishop Kwang-Young Jang ອະດີດປະທານສະມາຄົມບິຊ໊ອບແຫ່ງຄຣິສຕະຈັກເມໂຕດິດໃນເກົາຫຼີ

"ຂ້າພະເຈົ້າໄດ້ຂຽນໜັງສືເອງມາແລ້ວຫຼາຍກວ່າ ໔໐ ເຫຼັ້ມ, ຂ້າພະເຈົ້າໄດ້ຄົ້ນພົບ ວ່າຜູ້ຂຽນໜັງສືເຫຼັ້ມນີ້ ຢູ່ໃນລະດັບທີ່ແຕກຕ່າງຈາກຂ້າພະເຈົ້າຢ່າງສິ້ນເຊີງ. ງານຂຽນຂອງຂ້າພະເຈົ້າເປັນພຽງການສຶກສາທາງວິຊາການ, ແຕ່ງານຂຽນຂອງ ຜູ້ຂຽນທີ່ມີຢູ່ໃນປຶ້ມນີ້ແມ່ນການສຶກສາທາງຈິດວິນຍານທີ່ເລິກເຊິ່ງ. ເຈາະເຂົ້າໄປໃນພຣະຄຳພີທັງໝົດ, ຂຸດປະຫວັດສາດຂອງ ແຜນການໄຖ່ເປັນວຽກງານ ທີ່ເປັນໄປບໍ່ໄດ້ໂດຍບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະເລິກເຊິ່ງກ່ຽວກັບຄຳພີ. ການເປີດເຜີຍລຳດັບເຊື້ອສາຍວົງຕະກູນຂອງພຣະເຢຊູຄຣິດບາງສ່ວນ ໃນແບບທີ່ພຣະອົງຊົງທຳຄືສິ່ງທີ່ນັກວິຊາການ ຫລື ນັກສາສະໜາສາດຄົນອື່ນບໍ່ສາມາດເຮັດໄດ້ຈົນຮອດປັດຈຸບັນນີ້, ໂດຍຜ່ານໜັງສືເຫຼັ້ມນີ້, ຜູ້ຂຽນໄດ້ຊີ້ແຈງກ່ຽວກັບເສັ້ນທາງ ແຫ່ງຄວາມເຊື່ອທີ່ໂລກ, ຄຣິສຕະຈັກ, ແລະນັກວິຊາການຕ້ອງປະຕິບັດຕາມ ຢ່າງຈະແຈ້ງ ຂ້າພະເຈົ້າເຊື່ອວ່າໜັງສືເຫຼັ້ມນີ້ ເປັນສາຍຝົນແຫ່ງພຣະພອນທີ່ຫລັ່ງໄຫລ ມາຍັງຄຣິສຕະຈັກເກົາຫຼີໃນຊ່ວງເວລາຂອງຄວາມອຶດຢາກ ທາງຈິດວິນຍານແບບນີ້."

—ດຣ. ຢອງກຸກວອນ ອາຈານຜູ້ຊົງຄຸນນະວຸດຂອງວິທະຍາໄລ ອັນຍາງ ທີ່ປຶກສາຂອງສະມາຄົມບູຮານຄະດີ, ພຣະຄຳພີເກົາຫຼີ

"ຜົນງານຊີວິດຂອງ ດ. ຮ. ອັບຣາຮາມ ພຣາກ ໃນຊຸດໜັງສື ປະຫວັດສາດແຫ່ງການຊົງໄຖ່ ໄດ້ດຶງເອົາຄວາມເຊື່ອທີ່ລ້ຳລຶກຂອງເພິ່ນ ກັບຄືນມາຢ່າງເລິກເຊິ່ງ. ບໍ່ມີແນວຄວາມຄິດໃດທີ່ຊິໃຫ້ເຫັນເຖິງ ສິດຍາພິບານທີ່ໄດ້ຮັບການປະຕິຮູບຫຼາຍກວ່າ ຄວາມມຸ່ງໝັ້ນຂອງເພິ່ນ ທີ່ມີຕໍ່ສາສະໜາສາດແຫ່ງພັນທະສັນຍາ. ຫົວຂໍ້ນີ້ ໄດ້ສະແດງໃຫ້ເຫັນເຖິງສິດອຳນາດຂອງພຣະວັດຈະນະຄຳ, ອຳນາດອະທິປະໄຕທີ່ເປັນເອກະລັກຂອງພຣະເຈົ້າໃນການກຳກັບດູແລປະຫວັດສາດທັງໝົດໃຫ້ເປັນໄປຕາມພຣະປະສົງແຫ່ງຄວາມລອດຂອງພຣະອົງ ໃນພັນທະສັນຍາ, ຕະຫຼອດຈົນເຖິງ ເອກະລັກສະເພາະຂອງພຣະເຢຊູຄຣິດ, ຜູ້ຊົງເປັນເຊື້ອສາຍທີ່ເກີດຈາກຍິງພົມມະຈາຣີ ພຣະຜູ້ຊ່ວຍໃຫ້ລອດອົງດຽວຂອງມະນຸດຊາດ. ຊີວິດ ແລະ ພັນທະກິດຂອງ ດ. ຮ. ພຣາກ ສະແດງໃຫ້ເຖິງຄວາມມຸ່ງໝັ້ນທົ່ວວອດຂອງເພິ່ນຕໍ່ທຸກສິ່ງທີ່ເປັນສູນກາງ ແລະ ສຳຄັນຍິ່ງຕໍ່ຫຼັກສາສະໜາສາດຂອງການປະຕິຮູບ ແລະ ການສາລະພາບ. ວຽກງານໃນຊີວິດຂອງເພິ່ນ ໄດ້ເຮັດໃຫ້ລຳດັບເຊື້ອສາຍຂອງຄວາມສັດຊື່ໃນພັນທະສັນຍາຂອງພຣະເຈົ້າຂອງເຮົາ."

—ດຣ. ວາເຣັນ ເກສເລີ ສາສະດາຈານກິດຕິມະສັກແຫ່ງວິທະຍາໄລສາສະໜາສາດ ບັອກ